ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງ ປະທານຄະນະກຳມະການ ປກຊ-ປກສ ແຂວງສະຫວັນນະເຂດ


    ໃນວັນທີ 15 ພຶດສະພາ 2023 ນີ້, ຢູ່ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ໄດ້ຈັດພິທີ ປະກາດການແຕ່ງຕັ້ງ ປະທານຄະນະກຳມະການ ປກຊ- ປກສ ແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ, ຮອງປະທານ ຜູ້ປະຈໍາການ ຄະນະກໍາມະການ ປກຊ-ປກສ ສູນກາງ, ມີການນໍາຂອງແຂວງ,ຫ້ອງການ ປກຊ- ປກສ ສູນກາງ, ຫ້ອງວ່າການກະຊວງປ້ອງກັນປະເທດ, ພະນັກງານຫລັກແຫຼ່ງກອງບັນຊາການທະຫານແຂວງ, ປກສ ແຂວງ ແລະ ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ. ໃນພິທີ ສະຫາຍ ພົນຕີ ສະຫວ່າງໄຊ ສິນນະວົງ ຫົວໜ້າຫ້ອງການ ຄະນະກຳມະການ ປກຊ-ປກສ ສູນກາງ, ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິ ການສູນກາງພັກ ວ່າດ້ວຍການແຕ່ງຕັ້ງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເຈົ້າແຂວງ ເປັນປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງ ກັນ ຄວາມສະຫງົບແຂວງສະຫວັນນະເຂດ, ພ້ອມທັງໄດ້ເຜີຍແຜ່ພາລະບົດບາດຂອງ ຄະນະກຳມະ ການ ປກຊ-ປກສ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ຕື່ມອີກ. ຈາກນັ້ນ, ສະຫາຍ ພົນເອກ ຈັນສະໝອນຈັນຍາລາດ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາສໍາຄັນຕໍ່ ຄະນະກຳມະການ ປກຊ-ປກສ ແຂວງສະ ຫວັນນະເຂດ, ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ປະຕິບັດຫນ້າທີ່ຕາມພາລະບົດບາດຂອງຄະນະກຳມະການ ໃນການຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອຮັບປະ ກັນ ໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ, ມີ ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດເປັນກົກ, ເພື່ອເຮັດໃຫ້ຖັນແຖວກຳລັງປະ ກອບອາວຸດທ້ອງຖິ່ນ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຕັ້ງຕໍ່ບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ສືບຕໍ່ປະຕິ ບັດຍຸດທະສາດ 3 ສ້າງຕິດພັນກັບການຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ເທື່ອລະກ້າວ, ພ້ອມກັນນັ້ນ, ກໍຕ້ອງປັບປຸງກໍ່ສ້າງກຳລັງປະກອບອາວຸດທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ຖືສໍາຄັນວຽກງານອົບຮົມ-ຫັດແອບໃຫ້ມີ ຄວາມຊໍານານຄ່ອງແຄ້ວ ເພື່ອກຽມພ້ອມສູ້ຮົບໃນທຸກກໍລະນີ ແລະ ກຽມພ້ອມແກ້ໄຂສະພາບການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃຫ້ທັນເວລາ, ບັນຫາສໍາຄັນແມ່ນ ພ້ອມກັນ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປົກປັກຮັກສາທ້ອງຖິ່ນໃຫ້ມີຄວາມສະຫງົບຫນັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ດີ, ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

 

ແຫຼ່ງທີ່ມາ:ໜັງ​ສື​ພິມກອງ​ທັບ
ວັນທີ 16/05/2023